ເຄື່ອງກວດວິເຄາະຫາເຊື້ອໂຄວິດ-19 ທີ່ໂຮງໝໍແຂວງຈຳປາສັກ ຈະຮອງຮັບຕົວຢ່າງເຊື້ອຈາກ 4 ແຂວງພາກໃຕ້ ເຄື່ອງກວດວິເຄາະຫາເຊື້ອໂຄວິດ-19 ທີ່ໂຮງໝໍແຂວງຈຳປາສັກ ຈະຮອງຮັບຕົວຢ່າງເຊື້ອຈາກ 4 ແຂວງພາກໃຕ້ UpTamJai ພາຍຫຼັງສຳເລັດການປະຕິບັດວຽກງານໃນເບື້ອງຕົ້ນຢູ່ທີ່ນະຄອນຫຼວງວຽງຈັນ ໃນວັນທີ 7 ເມສາ 2020 ຄະນະແພດຜູ້ຊ່ຽວຊານ ຈາກ ສປ ຈີນທັງ 12 ທ່ານ ກໍໄດ້ສືບຕໍ່ລົງເຄື່ອນໄຫວຢູ່ຕ່າງແຂວງ ໂດຍໄດ້ແບ່ງເປັນ 2 ທີມ ເພື່ອລົງພື້ນທີ່ແຂວງ ຫຼວງພະບາງ ແລະ ແຂວງ ຈຳປາສັກ. ການເຄື່ອນໄຫວຫຼັກກໍແມ່ນລົງສຳຫຼວດ-ປະເມີນໃນພື້ນທີ່ສ່ຽງເປັນຕົ້ນແມ່ນຂົງເຂດນະຄອນຫຼວງພະບາງ, ນະຄອນປາກເຊ ແລະ ອື່ນໆ ພ້ອມທັງເຂົ້າຮ່ວມປຶກສາຫາລື ແລະ ແລກປ່ຽນຄວາມຮູ້ວິຊາການ ກັບບຸກຄະລາກອນການແພດຝ່າຍລາວທີ່ປະຈຳຢູ່ໂຮງໝໍແຂວງ ກໍຄືບັນດາຄະນະນຳ, ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງກັບວຽກງານຕ້ານການແຜ່ລະບາດຂອງພະຍາດໂຄວິດ 19. ໂຮງໝໍແຂວງຈຳປາສັກ ຮ່ວມກັບຊ່ຽວຊານທີ່ມາຈາກ ສປ ຈີນ ຊ່ຽວຊານມາຈາກສູນກາງ ກະຊວງ ສາທານະລະສຸກ ແລະ ຊ່ຽວຊານອົງການອະນາໄມໂລກ ໃດ້ທຳການຕິດຕ...